ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບເຜີຍແຜ່ເອກະສານ 4 ບົດ


ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິກາກນອງທັບ ​ເປັນ​ປະທານ

    ວັນທີ 22 ເມສາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານ 4 ບົດຂຶ້ນຢູ່ທີ່ສະໂມສອນກົມໃຫຍ່, ໂດຍ
ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາ
ທິກາກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ ແລະ ພະນັກງານ-ສະມາຊິກພັກພາຍ
ໃນອົງການກົມໃຫຍ່ເຂົ້າຮ່ວມ.

     ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ຜ່ານເອກະສານ 4 ບົດ ເຊິ່ງມີເອກະສານຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ
ຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດ
ສິນທໍາປະຕິວັດ, ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ແລະ ສະມາຊິກພັກ, ເຊິ່ງຈຸດປະສົງ, ລະດັບຄາດໝາຍ
ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກທຸກຂັ້ນໄດ້ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນການດໍາເນີນກອງປະຊຸມໃຫຍ່
3 ຂັ້ນ ຂອງພັກ, ກ່ຽວກັບເນື້ອໃນຕ້ອງກຳແໜ້ນໃນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການນໍາເອົາມະຕິກອງປະຊຸມໄປຈັດຕັ້ງ
ຜັນຂະຫຍາຍໃຫ້ເກີດຜົນເປັນຈິງ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ
ແລະ ໜັກແໜ້ນຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບ ເພື່ອຄັດເລືອກບຸກຄະລາກອນ
ທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກຳນົດໄວ້ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນ, ເຂົ້າໃຈກ່ຽວກັບການຍົກສູງຄວາມສາມາດນໍາພາຂອງພັກ
ແມ່ນປັດໃຈຕັດສິນໄຊຊະນະຂອງພາລະກິດປະຕິວັດຢູ່ປະເທດເຮົາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກເຮົາໃນຕໍ່ໜ້າ, ຄວາມໝາຍ ແລະ
ຄວາມສໍາຄັນຂອງຄຸນທາດການເມືອງແມ່ນອົງປະກອບອັນໜຶ່ງທີ່ສໍາຄັນຢູ່ໃນຄຸນນະພາບຂອງສະມາຊິກພັກແຕ່ລະສະຫາຍ, ແມ່ນມາດຖານແຖວ
ໜ້າ, ແມ່ນຄວາມຮຽກຮ້ອງຕ້ອງການອັນເປັນພື້ນຖານທີ່ຂາດບໍ່ໄດ້, ທັງເປັນພື້ນຖານໃຫ້ແກ່ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ
ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານປະຈໍາວັນຂອງພະນັກງານ, ສະມາຊິກພັກ, ເນື້ອແທ້ຂອງຄຸນທາດການເມືອງແມ່ນໝາຍເຖິງທັດສະນະຫຼັກ
ໝັ້ນຊົນຊັ້ນ, ຈຳ​ແນ​ກ-ສັດຕູ ແລະ ຄວາມເດັດດ່ຽວໜຽວແໜ້ນຕໍ່ອຸດົມການສັງຄົມນິຍົມ, ທັດສະນະຂອງພັກຕໍ່ກັບການແກ້ໄຂປະກົດການຫຍໍ້ທໍ້,
ການຝຶກຝົນຫຼໍ່ຫຼອມຕົນເອງຂອງພະນັກງານ, ສະມາຊິກພັກ ແລະ ບາງວິທີຈັດຕັ້ງປະຕິບັດຕໍ່ກັບການແກ້ໄຂປະກົດການຫຍໍ້ທໍ້ ສໍາລັບພະນັກງານ
ສະມາຊິກພັກ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 25/04/2024